ທີ່ຕັ້ງ ແລະ ພາລະບົດບາດ
ພະແນກຮ່ວມມືສາກົນ ຂຽນເປັນຕົວອັກສອນຫຍໍ້ວ່າ “ຮສກ” ແມ່ນພະແນກການໜຶ່ງ ທີ່ສັງກັດຢູ່ໃນ ໂຄງປະກອບກົງຈັກການຈັດຕັ້ງ ຂອງກົມແຜນການ ແລະ ການຮ່ວມມື, ມີພາລະບົດບາດ ເປັນເສນາທິການ ແລະ ເປັນໃຈກາງປະສານງານ ໃຫ້ແກ່ກົມແຜນການ ແລະ ການຮ່ວມມື ໃນການເຮັດຫນ້າທີ່ສັງລວມ ແລະ ຄຸ້ມຄອງ ວຽກຮ່ວມມືສອງຝ່າຍ, ວຽກຮ່ວມມືຫຼາຍຝ່າຍ, ວຽກອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຢ່າງລວມສູນ ກ່ຽວກັບວຽກງານຮ່ວມມື ໃນຂະແໜງກະສິກຳ ແລະ ປ່າໄມ້.
ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
1. ຄົ້ນຄວ້າ, ເຜີຍແຜ່ ແລະ ຜັນຂະຫຍາຍນະໂຍບາຍ, ກົດໝາຍ, ດຳລັດ, ມະຕິຄຳສັ່ງ, ຂໍ້ກຳນົດ ກົດລະບຽບ, ແຈ້ງການ ແລະ ຂໍ້ແນະນຳຕ່າງໆ ຂອງ ພັກ ແລະ ລັດຖະບານ ທີ່ພົວພັນເຖິງ ວຽກງານຮ່ວມມື ຂອງຂະແໜງ ກະສິກຳ ແລະ ປ່າໄມ້ ຕໍ່ພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະ;
2. ເປັນໃຈກາງປະສານສົມທົບກັບ ຫ້ອງການ, ກົມ, ສະຖາບັນແລະ ບັນດາພາກສ່ວນທີ່ກ່ຽວຂ້ອງອື່ນໆ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອສຶກສາຄົ້ນຄ້ວາ ໃນການເຂົ້າຮ່ວມເຈລະຈາ ຍາດແຍ່ງເອົາການຮ່ວມມື ຊ່ວຍເຫຼືອຈາກພາຍໃນ ແລະຕ່າງປະເທດ ເພື່ອມາປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານກະສິກຳ ແລະ ປ່າໄມ້ ທີ່ຂັ້ນເທິງກໍານົດອອກ ໃຫ້ບັນລຸຜົນຕາມລະດັບຄາດໝາຍ;
4. ເປັນໃຈກາງ ສົມທົບກັບ ຫ້ອງການ, ກົມ, ສະຖາບັນແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອສຶກສາຄົ້ນຄວ້າ, ກຳນົດວາງ ແລະ ປັບປຸງກົນໄກ ຄຸ້ມຄອງວຽກງານຮ່ວມມື ໃຫ້ເປັນລະບົບ ແລະ ຄ່ອງຕົວ;
5. ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຂື້ນແຜນງົບປະມານ ໃນການເຂົ້າຮ່ວມກອງປະຊຸມ ແລະ ເປັນເຈົ້າພາບໃນການຈັດກອງປະຊຸມ ກ່ຽວກັບ ວຽກງານຮ່ວມມື ຂອງຂະແໜງກະສິກຳ ແລະ ປ່າໄມ້;
6. ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ, ປັບປຸງ, ຄຸ້ມຄອງ ແລະ ຮັກສາລະບົບຖານຂໍ້ມູນແລະ ເອກະ ສານ ກ່ຽວກັບ ວຽກງານຮ່ວມມື ທົ່ວຂະແໜງກະສິກຳ ແລະ ປ່າໄມ້;
7. ສະຫຼຸບ ສັງລວມ ແລະ ເຮັດລາຍງານ ການຈັດຕັ້ງປະຕິບັດວຽກງານ ການຮ່ວມມື ໃນຂະແໜງ ກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ;
9. ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ( ກົມ, ສະຖາບັນ (Sub working Group)) ໃນການກະກຽມຈັດກອງປະຊຸມ ຂອງຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ (SWG-ARD) ຂອງວຽກງານຂະບວນການໂຕະມົນ;
10. ປະຕິບັດໜ້າທີ່ ວຽກງານອື່ນໆ ຕາມການຕົກລົງ ແລະ ມອບໝາຍ ຈາກຂັ້ນເທິງ ໃນແຕ່ລະໄລຍະ.
ຂອບເຂດສິດ
2. ຄົ້ນຄວ້າຮ່າງເອກະສານທາງການ ແລ້ວນຳສະເໜີເພື່ອຂໍຄຳເຫັນຊີ້ນຳ ແລະ ຂໍອະນຸມັດລາຍເຊັນ ຈາກຫົວໜ້າ, ຮອງ ແລະ ຄະນະກົມແຜນການ ແລະ ການຮ່ວມມື, ການນຳຫ້ອງການ ແລະ ການນຳກະຊວງ;
4. ສົມທົບກັບບັນດາພະແນກການ, ກົມແລະ ສະຖາບັນ ໃນກະຊວງກະສິກຳ ແລະ ປ່າໄມ້ ແລະ ພະແນກ ກະສິກຳ ແລະ ປ່າໄມ້ ທ້ອງຖີ່ນ ໃນການຄົ້ນຄ້ວານໍາສະເໜີ ປະກອບຄໍາເຫັນຂໍອະນຸມັດຮັບເອົາໂຄງການຮ່ວມມືແລະ ຊ່ຽວຊານ ພາຍໃນ ແລະ ຕ່າງປະເທດ ຂອງຂະແໜງກະສິກຳ ແລະ ປ່າໄມ້ ລວມທັງການຕິດຕາມການຈັດຕັ້ງປະຕິບັດ ຂອງບັນດາໂຄງການ ແລະ ຊ່ຽວຊານດັ່ງກ່າວ;
5. ສົມທົບ ກັບພາກສວ່ນກ່ຽວຂ້ອງ ກົມແລະ ສະຖາບັນ ໃນກະຊວງກະສິກຳ ແລະ ປ່າໄມ້ ແລະພະແນກ ກະສິກຳ ແລະ ປ່າໄມ້ ທ້ອງຖີ່ນ ເພື່ອຜັນຂະຫຍາຍວຽກງານສົ່ງເສີມ ຄວາມກ້າວໜ້າແມ່ຍິງ, ບົດບາດຍິງ-ຊາຍ ແຕ່ລະໄລະ;
6. ປະຕິບັດ ສິດອື່ນໆ ຕາມການຕົກລົງ ແລະ ມອບໝາຍ ຈາກຂັ້ນເທິງ.
ໂຄງປະກອບການຈັດຕັ້ງ
ໂຄງປະກອບກົງຈັກ
ພະແນກຮ່ວມມືສາກົນ ປະກອບດ້ວຍ 4 ຂະແໜງ ແລະ 7 ໜ່ວຍງານ ດັ່ງນິ້:
- ໜ່ວຍງານສັງລວມແລະ ແຜນການ
- ໜ່ວຍງານຄຸ້ມຄອງເອກະສານ ແລະ ຖານຂໍ້ມູນໂຄງການ ແລະ ຊ່ຽວຊານ
2. ຂະແໜງຮ່ວມມືສອງຝ່າຍ
- ໜ່ວຍງານອາຊີ-ປາຊິຟິກ ແລະ ອາຟຣິກກາ
- ໜ່ວຍງານເອີຣົບ-ອາເມລິກາ
3. ຂະແໜງຮ່ວມມືຫຼາຍຝ່າຍ
- ໜ່ວຍງານອົງການຈັດຕັ້ງສາກົນ ແລະ ພາກພື້ນ
- ໜ່ວຍງານສະຖາບັນການເງິນ
4 ຂະແໜງ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs)
- ໜ່ວຍງານ INGO ອາຊີປາຊີຟິກ-ອາຟຣິກາ ແລະ ເອີຣົບອາເມລິກາ
ໂຄງປະກອບດ້ານບຸກຄະລາກອນ
1.ພະແນກ ຮ່ວມມືສາກົນ ປະກອບດ້ວຍຫົວໜ້າ ພະແນກ 1 ທ່ານ ແລະ ຮອງ ຫົວໜ້າ ພະແນກຈຳນວນໜຶ່ງ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ ຊຶ່ງໄດ້ຮັບການແຕ່ງຕັ້ງ ຫລື ປົດຕຳແໜ່ງຈາກ ລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ຕາມການສະເໜີ ຂອງຫົວຫນ້າ ກົມແຜນການ ແລະ ການຮ່ວມມືແລະ ການເຫັນດີຈາກ ກົມຈັດຕັ້ງແລະ ພະນັກງານ;
ໜ້າທີ່ ຂອງຂະແໜງ ແຜນການ ແລະ ສັງລວມ
1. ເປັນເຈົ້າການ ປະສານສົມທົບກັບບັນດາຂະແໜງແລະໜ່ວຍງານຕ່າງໆ ພາຍໃນພະແນກ ເພື່ອສັງລວມ ແນວທາງນະໂຍບາຍ ການພົວພັນຕ່າງປະເທດ, ຍຸດທະສາດ, ແຜນການພັດທະນາເສດຖະກິດສັງຄົມ ຂອງລັດຖະບານ ກໍຄືແຜນພັດທະນາວຽກງານກະສິກຳ ແລະ ປ່າໄມ້, ບັນດານິຕິກຳ, ສັນຍາການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ຂອງ ສປປ ລາວ ແລະ ຂອງຕ່າງປະເທດ ທີ່ພົວພັນເຖິງຂະແໜງກະສິກຳແລະປ່າໄມ້ ເພື່ອນຳມາສຶກສາຄົ້ນຄວ້າ ແລະ ສະຫລຸບສັງລວມ ໄວ້ເປັນບ່ອນອີງ ໃຫ້ແກ່ການເຄື່ອນໄຫວວຽກງານຮ່ວມມື, ພ້ອມດຽວກັນນັ້ນ ກໍເປັນເຈົ້າການ ຕິດຕາມສັງລວມລາຍງານການຈັດຕັ້ງຜັນຂະຫຍາຍ ບັນດານະໂຍບາຍແລະນິຕິກຳ ເຫຼົ່ານັ້ນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຂັ້ນເທິງຊາບ ເປັນແຕ່ລະໄລຍະ;
2. ເປັນເຈົ້າການຄົ້ນຄວ້າແລະສ້າງແຜນການ, ແຜນວຽກ, ແຜນເງິນ, ແຜນຄົນ ປະຈຳປີ, ປະຈໍາໄຕມາດ ແລະ ປະຈຳເດືອນ ຂອງພະແນກຮ່ວມມື ໂດຍການປະສານສົມທົບກັບບັນດາພະແນກກ່ຽວຂ້ອງ ຂອງກົມແຜນການ;
4. ຕິດຕາມ ແລະ ເຂົ້າຮ່ວມນຳບັນດາພາກສ່ວນກ່ຽວຂ້ອງຕ່າງໆ ເພື່ອດຳເນີນການກວດກາແລະປະເມີນຜົນ ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ໃນຂະແໜງ ກະສິກຳ ແລະ ປ່າໄມ້ ທີ່ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນ;
7. ເປັນເຈົ້າການສ້າງແລະປັບປຸງ ລະບົບສຳເນົາເອກະສານ ຄຸ້ມຄອງການຮ່ວມມືຕາມກົງຈັກການຈັດຕັ້ງ ຂອງ ພະແນກ, ບັນທຶກ, ແຈກຢາຍ, ຕິດຕາມບັນດາເອກະສານ ຂາເຂົ້າ-ຂາອອກທັງພາຍໃນ ແລະ ພາຍນອກພະແນກ ພ້ອມທັງສະຫລຸບສັງລວມໄວ້ຢ່າງເປັນລະບົບ ໃນຖານຂໍ້ມູນ ແລະ ລະບົບຈັດລຽງເອກະສານ ( Filing );
8. ສະຫຼຸບການເຄື່ອນໄຫວວຽກງານຮ່ວມມືປະຈຳອາທິດ, ປະຈຳເດືອນ, ປະຈໍາໄຕມາດ, 6 ເດືອນ ແລະ ປະຈຳປີ ເພື່ອລາຍງານຂັ້ນເທິງ (ກົມ ແລະ ກະຊວງ);
9. ສະຫຼຸບຕີລາຄາ ແລະ ວາງແຜນການເຄື່ອນໄຫວວຽກງານ ຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີ ເພື່ອລາຍງານໃຫ້ກົມ ແລະ ຂັ້ນເທິງຢ່າງຕໍ່ເນື່ອງ;
10. ສະຫຼຸບສັງລວມ ການຄຸ້ມຄອງວັດຖຸຊັບສິນ ແລະ ສັງລວມ”0″ ໂມງ, ສົ່ງໃຫ້ພະແນກບໍລິຫານ, ຄຸ້ມຄອງການນຳໃຊ້ເງິນແຊກຄຸມ ຂອງພະແນກ ຕາມ PCAP, ວຽກບໍລິຫານນະໂຍບາຍ, ພິທີການຮັບແຂກ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງພະແນກ.
ໜ້າທີ່ ຂອງຂະແໜງຮ່ວມມືສອງຝ່າຍ
1. ເປັນໃຈກາງໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສັງລວມແນວທາງນະໂຍບາຍ ພົວພັນຮ່ວມມື ຕ່າງປະເທດ, ຍຸດທະສາດ, ແຜນການພັດທະນາເສດຖະກິດສັງຄົມ ຂອງລັດຖະບານ ກໍຄືແຜນການພັດທະ ນາກະສິກຳ ແລະ ປ່າໄມ້ ແຕ່ລະໄລຍະ, ບັນດານິຕິກຳ, ຂອບ ແລະ ສັນຍາການຮ່ວມມືສອງຝ່າຍອົງການຜູ້ໃຫ້ທຶນ (ຄູ່ຮ່ວມມືພັດທະນາ) ຕ່າງໆ ໃນຂົງເຂດທະວີບອາຊີປາຊິຟິກ, ອາຟຣິກກາ, ຢູໂຣບ ແລະ ອາເມລິກາ ເຊັ່ນ: ມຽນມາ, ກຳປູເຈັຍ, ໄທ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ…, ສະຫະພາບເອີລົບ (ຝຣັ່ງ, ສະວີເດັນ, ເຢຍລະມັນ…), ອາເມລິກາ ແລະ ອື່ນໆ;
2. ເປັນໃຈກາງໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ສຶກສາຄົ້ນຄວ້າ, ສ້າງ ແລະ ຜັນຂະຫຍາຍ ບັນດາຍຸດທະສາດ, ຂອບ ແລະ ສັນຍາການຮ່ວມມືສອງຝ່າຍ ເພື່ອຍາດແຍ່ງ ແລະ ຄຸ້ມຄອງການຊ່ວຍເຫຼືອ ຈາກອົງການຜູ້ໃຫ້ທຶນ ໃນແຕ່ລະໄລຍະ ໃຫ້ມີປະສິດທິຜົນສູງ;
3. ເປັນໃຈກາງໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງຂື້ນແຜນລົງຕິດຕາມ ສັງລວມ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍ ຢູ່ຂັ້ນສູນກາງແລະ ທ້ອງຖິ່ນ ແຕ່ລະໄລຍະ ແລະ ສະຫຼຸບສັງລວມລາຍງານ ການເຄື່ອນໄຫວວຽກງານຮ່ວມມືສອງຝ່າຍ ຢ່າງເປັນລະບົບ ແລະ ຕໍ່ເນື່ອງປະຈຳອາທິດ, ປະຈໍາເດືອນ, 3ເດືອນ, 6ເດືອນ ແລະ ປະຈຳປີ;
5. ເປັນເຈົ້າການປັບປຸງຂໍ້ມູນພື້ນຖານໂຄງການຮ່ວມມື ແລະ ຊ່ຽວຊານ ປະຈຳໂຄງການ ຂອງໜ່ວຍງານ ກໍຄື ຂອງຂະແໜງຕົນເອງ ແລະ ສ້າງລະບົບສຳເນົາເອກະສານຄຸ້ມຄອງການຮ່ວມມື ຢ່າງເປັນລະບົບຄົບຊຸດ (ທັງ Soft Ware ແລະ Hard Ware ) ຊຶ່ງຈັດເປັນ 4 ກຸ່ມເອກະສານເຊັ່ນ: ແນວທາງນະໂຍບາຍ ແລະ ນິຕິກຳ (Lagal Document, LD), ໂຄງການ (Projects), ການພົວພັນທົ່ວໄປ (General Relation, GR), ບົດສະຫຼຸບລາຍງານ (Reports), ຕາມແຕ່ລະອົງການຜູ້ໃຫ້ທຶນ ເພື່ອສະໜອງຂໍ້ມູນໃຫ້ຂັ້ນເທິງຕາມຄວາມຮຽກຮ້ອງຕ້ອງການແຕ່ລະໄລຍະ.
ໜ້າທີ່ ຂອງຂະແໜງຮ່ວມມືຫຼາຍຝ່າຍ
1. ເປັນໃຈກາງໃນການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ສັງລວມແນວທາງ ນະໂຍບາຍ ພົວພັນຮ່ວມມື ຕ່າງປະເທດ, ຍຸດທະສາດ, ແຜນການພັດທະນາເສດຖະກິດສັງຄົມ ຂອງລັດຖະບານ ກໍຄື ແຜນການພັດທະນາກະສິກຳ ແລະ ປ່າໄມ້, ບັນດານິຕິກຳ, ຂອບ ແລະ ສັນຍາການຮ່ວມມືຫຼາຍຝ່າຍ, ຂອງ ລັດຖະບານ ສປປ ລາວ ແລະ ອົງການຜູ້ໃຫ້ທຶນ (ຄູ່ຮ່ວມມືພັດທະນາ) ຕ່າງໆ ຊື່ງໃນການຊ່ວຍເຫຼືອ ແມ່ນອົງການຈັດຕັ້ງສາກົນ ແລະ ອົງການ ສປຊ, ສະຫະພາບເອີລົບ (ຝຣັ່ງ, ສະວີເດັນ, ເຢຍລະມັນ…), ອາເມລິກາ ແລະ ອື່ນໆ ແລະ ອົງການ ສປຊ (UNDP, FAO, UNESCAP, UNCCD, UNFF, UNEP, WFP…), ສະຖາບັນການເງິນສາກົນ (ADB, WB, IFAD…), ອົງການຈັດຕັ້ງພາກພື້ນ (IRRI, IWMI, ACIAR, CIRDAP, MRC…) ແລະ ການປະຕິບັດເປົ້າໝາຍສະຫັດສະວັດການພັດທະນາ (MDG);
2. ເປັນໃຈກາງໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ (ຂະແໜງສາຍຕັ້ງ) ສຶກສາຄົ້ນຄວ້າ, ສ້າງ ແລະ ຜັນຂະຫຍາຍ ບັນດາຍຸດທະສາດ, ຂອບ ແລະ ສັນຍາການຮ່ວມມືຫຼາຍຝ່າຍ ເພື່ອຍາດແຍ່ງ ແລະ ຄຸ້ມຄອງການຊ່ວຍເຫຼືອ ຈາກອົງການຜູ້ໃຫ້ທຶນ ແຕ່ລະໄລຍະໃຫ້ມີປະສິດທິຜົນສູງ;
3. ເປັນໃຈກາງໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຂື້ນແຜນລົງຕິດຕາມສັງລວມຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຢູ່ຂັ້ນສູນກາງແລະ ທ້ອງຖິ່ນ ແຕ່ລະໄລຍະ ແລະ ສະຫຼຸບສັງລວມລາຍງານປະຈຳອາທິດ, ປະຈໍາເດືອນ, 3ເດືອນ, 6ເດືອນ ແລະ ປະຈຳປີ ກ່ຽວກັບ ການເຄື່ອນໄຫວວຽກງານຮ່ວມມືຫຼາຍຝ່າຍຢ່າງເປັນລະບົບ;
4. ຄົ້ນຄວ້າຮ່າງບັນດາເອກະສານທາງການຮ່ວມມືຫຼາຍຝ່າຍ ເພື່ອນຳສະເໜີ ຂໍຄຳເຫັນຊີ້ນຳ, ຂໍອະນຸມັດລາຍເຊັນ ຈາກ ຫົວໜ້າກົມແຜນການ ແລະ ການຮ່ວມມືແລະ ຂໍທິດຊີ້ນຳ ແລະ ຂໍອະນຸມັດລາຍເຊັນ ຈາກຫ້ອງການ ແລະ ການນຳກະຊວງ;
5. ເປັນເຈົ້າການ ປັບປຸງຂໍ້ມູນພື້ນຖານ ໂຄງການຮ່ວມມື ແລະ ຊ່ຽວຊານ ປະຈຳໂຄງການ ຂອງໜ່ວຍງານ ກໍຄື ຂອງຂະແໜງຕົນເອງ ແລະ ສ້າງລະບົບສຳເນົາເອກະສານ ຄຸ້ມຄອງການຮ່ວມມືຢ່າງເປັນລະບົບຄົບຊຸດ ( ທັງ Soft Ware ແລະ Hard Ware ) ຊຶ່ງຈັດເປັນ 4 ກຸ່ມເອກະສານ ເຊັ່ນ: ແນວທາງນະໂຍບາຍແລະນິຕິກຳ (Lagal Document, LD), ໂຄງການ (Projects), ການພົວພັນທົ່ວໄປ (General Relation, GR), ບົດສະຫຼຸບລາຍງານ (Reports), ຕາມແຕ່ລະ ອົງການຜູ້ໃຫ້ທຶນ ເພື່ອສະໜອງຂໍ້ມູນ ໃຫ້ຂັ້ນເທິງຕາມຄວາມຮຽກຮ້ອງຕ້ອງການແຕ່ລະໄລຍະ.
ໜ້າທີ່ ຂອງຂະແໜງ ອົງການທີ່ບໍ່ສັງກັດລັດຖະບານ (INGOs)
2. ເປັນໃຈກາງປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ (ຂະແໜງສາຍຕັ້ງ) ສືກສາຄົ້ນຄວ້າ, ສ້າງ ແລະ ຜັນຂະຫຍາຍ ບັນດາຍຸດທະສາດ, ຂອບ ແລະ ສັນຍາການຮ່ວມມື ຂອງ ອົງການຈັດ ຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs) ເພື່ອຍາດແຍ່ງ ແລະ ຄຸ້ມຄອງການຊ່ວຍເຫລືອ ຈາກ ອົງການຜູ້ໃຫ້ທຶນແຕ່ລະໄລຍະ ໃຫ້ມີປະສິດທິຜົນສູງ;
4. ຄົ້ນຄວ້າ ປະກອບຄຳເຫັນຮ່າງເອກະສານ MOU ການຮ່ວມມື ຂອງ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະ ບານ (INGOs) ໂດຍຜ່ານກະຊວງການຕ່າງປະເທດ;
5. ເປັນເຈົ້າການໃນການເຂົ້າຮ່ວມການເຊັນບົດບັນທຶກຄວາມເຂົ້າໃຈ (MOU), ການຕິດຕາມປະເມີນຜົນ ໂຄງ ການເປັນແຕ່ລະໄລຍະ ຮ່ວມກັບພາກສ່ວນກ່ຽວຂ້ອງ ທີ່ຢູ່ສູນກາງ ແລະ ທ້ອງຖິ່ນ;
ຫຼັກການ ແບບແຜນວິທີເຮັດວຽກ
ຫຼັກການ
ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ສົມທົບກັບການປະຕິບັດລະບອບຫົວໜ້າດຽວ ຕາມລະບົບແບ່ງຂັ້ນຄຸ້ມຄອງ ບົນພື້ນຖານມີການແບ່ງງານກັນຢ່າງລະອຽດ ຈະແຈ້ງໃນໝູ່ຄະນະພ້ອມທັງມອບຄວາມຮັບຜິດຊອບ ແລະ ສິດໃນການຕັດສິນບັນຫາພາຍໃນຂອບເຂດຂອງຕົນ.
ແບບແຜນວິທີເຮັດວຽກ
1. ຫົວໜ້າພະແນກ ຮັບຜິດຊອບໂດຍກົງຕໍ່ ຫົວໜ້າກົມແຜນການ ແລະ ການຮ່ວມມື ກ່ຽວກັບ ຜົນສໍາເລັດ ແລະຂໍ້ຂາດຕົກບົກຜ່ອງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ; ຮອງຫົວໜ້າພະແນກ ມີໜ້າທີ່ຊ່ວຍວຽກຫົວໜ້າພະແນກ ໂດຍລົງເລິກຮັບຜິດຊອບວຽກໃດໜຶ່ງ ຕາມການແບ່ງງານ ແລະ ມອບໝາຍ ຂອງຫົວໜ້າພະແນກໂດຍມີລາຍລັກອັກສອນ;
2. ຫົວໜ້າພະແນກເປັນຜູ້ລົງລາຍເຊັນ ຕໍ່ເອກະສານສຳຄັນ ຂອງພະແນກ, ກໍລະນີຕິດຂັດ ຫຼື ໄປເຮັດວຽກທາງໄກ ຫົວໜ້າພະແນກ ຕ້ອງມອບສິດປະຈຳການຊົ່ວຄາວ ໃຫ້ຮອງຫົວໜ້າພະແນກຜູ້ໃດໜຶ່ງວ່າການແທນ ໂດຍມີລາຍລັກອັກສອນ ແລະ ໃນເມື່ອຫົວໜ້າພະແນກກັບຄືນມາປະຈຳການແລ້ວ, ຜູ້ວ່າການແທນ ຕ້ອງໄດ້ລາຍງານວຽກເປັນລາຍລັກອັກສອນ ຕາມໜ້າວຽກທີ່ຕົນໄດ້ແກ້ໄຂ ແລະ ວຽກຄົງຄ້າງ ໃຫ້ຫົວໜ້າພະແນກຊາບ;
3. ການເຄື່ອນໄຫວວຽກງານ ຂອງພະແນກຮ່ວມມືສາກົນ ແມ່ນບົນພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລະ ບຽບກົດໝາຍຂອງລັດ, ຫັນເອົາແຜນການຂອງກົມ ໃຫ້ເປັນໂຄງການລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະ ກົດຜົນເປັນຈິງ;
4. ບັນດາເອກະສານ ທີ່ມາຈາກພາກສ່ວນອື່ນ ເມື່ອໄດ້ຜ່ານຄະນະກົມຊີ້ນຳແລ້ວ ຖ້າພົວພັນກັບພາກສ່ວນໃດ ໃຫ້ນຳສົ່ງພາກສ່ວນນັ້ນຄົ້ນຄວ້າ ແລະປະກອບຄຳເຫັນເສັຍກ່ອນ ແລ້ວຈຶ່ງນຳສະເໜີກົມພິຈາລະນາຕໍ່ຂັ້ນເທິງ;
5. ພົວພັນ ແລະ ປະສານສົມທົບກັບບັນດາພະແນກ, ສູນ, ບັນດາຂະແໜງ, ບັນດາໜ່ວຍງານ ແລະ ບັນດາຂະ ແໜງການຕາມສາຍຕັ້ງຢູ່ທ້ອງຖິ່ນ ທີ່ຂຶ້ນກັບກົມ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້;
Leave a Reply